ຊື້ປີ້ລົດໄຟ ປີ້ຍົນ ຈອງທີ່ພັກ ທົ່ວໂລກ

ຊື້ປີ້ລົດໄຟ ປີ້ຍົນ ຈອງທີ່ພັກ ທົ່ວໂລກ ຊື້ລົດເມ,ປີ້ຍົນ,ປີ້ລົດໄຟ, ຈອງທີ່ພັກ,ລົດເຊົ່າ, ລ່ອງເຮືອສຳລານ,ປະກັນໄພເດີນທາງທົ່ວໂລກ ຕິດຕໍ່ 96516636

19/07/2025

ສິ່ງທີ່ຄວນຮູ້ກ່ອນເດີນທາງນຳລົດໄຟຄວາມໄວສູງລາວຈີນ

21/06/2025

👏 ປະກາດ! ທາງລົດໄຟລາວ-ຈີນ ຈະຂະຫຍາຍເວລາການຈອງປີ້ລົດໄຟລ່ວງໜ້າອອກໄປເປັນ 7 ວັນ ເລີ່ມວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ.

ເພື່ອອໍານວຍຄວາມສະດວກໃຫ້ຜູ້ໂດຍສານສາມາດວາງແຜນການເດີນທາງໄດ້ລ່ວງໜ້າ, ນັບແຕ່ວັນທີ 1 ກໍລະກົດເປັນຕົ້ນໄປ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ຈະໄດ້ຂະຫຍາຍໄລຍະເວລາການຈອງປີ້ລົດໄຟລ່ວງຫນ້າອອກໄປ ຈາກ 4 ວັນ ເປັນ 7 ວັນ.
ທ່ານຜູ້ໂດຍສານ ສາມາດຈອງ ຫຼື ຊື້ປີ້ລົດໄຟໄດ້ລ່ວງໜ້າຜ່ານແອັບຂາຍປີ້ອອນໄລ LCR Tickets ແລະ ຫ້ອງຂາຍປີ້ປະຈຳແຕ່ລະສະຖານີ ຫຼື ຈູດຂາຍປີ້ທົ່ວໄປ, ໂດຍໃຊ້ບັດປະຈຳໂຕ, ໜັງສືເດີນທາງ ແລະ ສຳມະໂນຄົວ.

05/06/2025

🇨🇳✨ຈີນປະກາດ ເປີດບໍລິການວີຊາພິເສດ "ASEAN visa" ສຳລັບບຸກຄົນໃນພາກທຸລະກິດພ້ອມສະມາຊິກໃນຄອບຄົວ ຈາກກຸ່ມຊາດສະມາຊິກສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ (ASEAN) ທັງ 10 ປະເທດ ແລະ ຕີມໍເເລັດສະເຕ ເຊິ່ງເປັນສະມາຊິກສັງເກດການ ASEAN ໂດຍວີຊາດັ່ງກ່າວອະນຸຍາດໃຫ້ຜູ້ຖື ສາມາດເດີນທາງ ແລະ ອາໄສຢູ່ໃນຈີນໄດ້ຄັ້ງລະ 180 ວັນ ເພື່ອອຳນວຍຄວາມສະດວກໃນການເດີນທາງທີ່ມີຄວາມຖີ່ສູງລະຫວ່າງຈີນກັບພູມສັນຖານນີ້.

ໂຄງການວີຊານີ້ ຕໍ່ຍອດຈາກຂໍ້ຕົກລົງວີຊາຟຣີທີ່ຈີນເຮັດໄວ້ກັບສະມາຊິກ ASEAN 3 ປະເທດ ໄດ້ແກ່ ສິງກະໂປ, ມາເລເຊຍ ແລະ ປະເທດໄທ ລວມເຖິງໂຄງການ "ລ້ານຊ້າງ-ແມ່ຂອງວີຊາ" ທີ່ຊ່ວຍໃຫ້ບຸກຄົນໃນພາກທຸລະກິດຂອງ 5 ປະເທດ ASEAN ສາມາດເດີນທາງເຂົ້າຈີນໄດ້ຫຼາຍຄັ້ງໃນໄລຍະເວລາ 5 ປີ ແລະ ມາອາໄສໄດ້ຄັ້ງລະ 180 ວັນ. ນອກຈາກນີ້, ຈີນຍັງມີນະໂຍບາຍ visa-free ສຳລັບພົນລະເຮືອນຈາກປະເທດໃນກຸ່ມອາເມລິກາລາຕິນ ແລະ ຄະນະມົນຕີຄວາມຮ່ວມມືຂອງລັດອ່າວອາຣັບ (GCC).

ການເປີດບໍລິການວີຊາພິເສດນີ້ ຈະຊ່ວຍເສີມສ້າງຄວາມສຳພັນທາງເສດຖະກິດ ແລະ ສົ່ງເສີມການເດີນທາງລະຫວ່າງຈີນກັບປະເທດໃນພູມິພາກ ASEAN ລວມເຖິງກຸ່ມພັນທະມິດອື່ນໆ ໂດຍໃນໄຕມາດທຳອິດຂອງປີ 2025 ຈີນສາມາດດຶງດູດນັກທ່ອງທ່ຽວ ແລະ ຜູ້ເດີນທາງຕ່າງປະເທດໄດ້ເພີ່ມຂຶ້ນເຖິງ 40% ເມື່ອທຽບກັບຊ່ວງດຽວກັນຂອງປີທີ່ຜ່ານມາ.

ກຸ່ມ ASEAN 11 ປະເທດທີ່ໄດ້ຮັບສິດໃນໂຄງການນີ້ ໄດ້ແກ່ ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ສປປ ລາວ, ມາເລເຊຍ, ມຽນມາ, ຟີລິບປີນ, ສິງກະໂປ, ປະເທດໄທ, ຫວຽດນາມ ແລະ ຕີມໍເເລັດເຕ ໃນຂະນະທີ່ກຸ່ມ GCC ປະກອບດ້ວຍ ບາເຣນ, ກູເວດ, ໂອມັນ, ກາຕາ, ອາຣັບບີ ຊາອູດີ ແລະ ເອເມຣັດ ອາຣັບ ເຊິ່ງເປັນສ່ວນໜຶ່ງຂອງນະໂຍບາຍເປີດປະເທດ ແລະ ສົ່ງເສີມຄວາມຮ່ວມມືລະຫວ່າງຈີນກັບພູມິພາກຕ່າງໆໃນທົ່ວໂລກ.

ທີ່ມາ: Xinhua

03/05/2025
01/04/2025

ຊື້ 2 ແຖມ 1 Wow Wow Wow 🎉🎉🎉
ປີໃໝ່ລາວມ່ວນໃຈ ທ່ຽວເປັນກຸ່ມສຸດຄຸ້ມ ກັບ #ສາຍການບິນລ້ານຊ້າງສາກົນ ສະເພາະເສັ້ນບິນວຽງຈັນ-ປາກເຊ-ວຽງຈັນ 💙💙💙

🗓ເລີ່ມຂາຍ ວັນທີ 03 - 25 ເມສາ 2025
✈ມື້ເດີນທາງ ວັນທີ 05 - 30 ເມສາ 2025 (ຄານ, ພະຫັດ, ເສົາ)
*ເງື່ອນໄຂເປັນໄປຕາມບໍລິສັດກຳນົດ

Book Now 020 7819 5999, 020 7852 0999



#ເພາະການເດີນທາງຄືແຮງບັນດານໃຈ
#ສາຍການບິນລ້ານຊ້າງສາກົນ

24/01/2025

Lanexang Airways International
Fly with Inspiration
Call center: 1556 (+85620 78195999)

28/12/2024
21/12/2024

🌟 ມື້ອື່ນເຮົາມີນັດກັນ! 🌟

ກຽມພ້ອມທີ່ຈະສຳຫຼວດເລື່ອງລາວເບື້ອງຫຼັງຂອງມໍລະດົກນະຄອນຫຼວງວຽງຈັນ. 🏛️ ການທ່ອງທ່ຽວແບບດິຈິຕອນຕາມຮອຍ #ເສັ້ນທາງມໍລະດົກນະຄອນຫຼວງວຽງຈັນ ໃກ້ຈະເປີດໂຕຂຶ້ນແລ້ວ!

📍ພົບກັນໄວໆນີ້, ການຜະຈົນໄພຂອງທ່ານເລີ່ມແລ້ວທີ່ນີ້!

-----

🌟 See you tomorrow! 🌟

Get ready to explore the hidden stories of Vientiane’s heritage. 🏛️ The Vientiane Heritage Route digital tourism experience is almost here!

📍 Coming soon, your adventure starts here!

02/12/2024

ວັນດີ ວັນໄຊງາມ ວັນຊາດ
ຂໍໃຫທ່ານ ປະສົບ ພົບພໍ້ ແຕ່ຄວາມສຸກ ຄວາມຈະເລີນ ດ້ວຍເຖີດ
ສາທຸ ສາທຸ ສາທຸ 🙏

Address

Hom 6
Vientiane
01160

Website

Alerts

Be the first to know and let us send you an email when ຊື້ປີ້ລົດໄຟ ປີ້ຍົນ ຈອງທີ່ພັກ ທົ່ວໂລກ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share

Category