Pinim Pro Event, Media, Marketing
ງານອີເວັ້ນ, ຜະລິດສື່ໂຄສະນາ ? ©2015

ຂອບໃຈ! ຫນັງສືພິມ ປະຊາຊົນ, ທີ່ໄດ້ອອກຂ່າວປະຊາສໍາພັນ ກ່ຽວກັບບໍລິສັດພິນິມ ໂປຣ ຈໍາກັດ ໄດ້ຮັບ 02 ລາງວັນທຸລະກິດດີເດັ່ນ ໃນປີ 202...
06/03/2026

ຂອບໃຈ! ຫນັງສືພິມ ປະຊາຊົນ, ທີ່ໄດ້ອອກຂ່າວປະຊາສໍາພັນ ກ່ຽວກັບບໍລິສັດພິນິມ ໂປຣ ຈໍາກັດ ໄດ້ຮັບ 02 ລາງວັນທຸລະກິດດີເດັ່ນ ໃນປີ 2026.
https://www.facebook.com/share/p/1D3KZ6mrdK/

ຂອບໃຈ! ຫນັງສືພິມ ປະເທດລາວ, ທີ່ໄດ້ອອກຂ່າວກ່ຽວກັບບໍລິສັດພິນິມ ໂປຣ ຈໍາກັດ ໄດ້ຮັບ 02 ລາງວັນທຸລະກິດດີເດັ່ນ ໃນປີ 2026.
06/03/2026

ຂອບໃຈ! ຫນັງສືພິມ ປະເທດລາວ, ທີ່ໄດ້ອອກຂ່າວກ່ຽວກັບບໍລິສັດພິນິມ ໂປຣ ຈໍາກັດ ໄດ້ຮັບ 02 ລາງວັນທຸລະກິດດີເດັ່ນ ໃນປີ 2026.

The Pinim Pro Co., Ltd., a leading event management and marketing communications company in the Lao PDR, has been honored with two prestigious awards at the Lao MSMEs Expo 2026, underscoring its strong contribution to business excellence and social development.

ຂອບໃຈເພດຈຂ່າວ ທີ່ໂຄສະນາປະຊາສໍາພັນຂອງບໍລິສັດ ພິນິມ ໂປຣ ໄດ້ຮັບກຽດຄວ້າລາງວັນໃນຄັ້ງນີ້!.https://www.facebook.com/share/p/1R8...
06/03/2026

ຂອບໃຈເພດຈຂ່າວ ທີ່ໂຄສະນາປະຊາສໍາພັນຂອງບໍລິສັດ ພິນິມ ໂປຣ ໄດ້ຮັບກຽດຄວ້າລາງວັນໃນຄັ້ງນີ້!.
https://www.facebook.com/share/p/1R8XyRDN4X/

ຂອບໃຈ! ຫນັງສືພິມ ວຽງຈັນໃຫມ່ ທີ່ໄດ້ອອກຂ່າວກ່ຽວກັບ ບໍລິສັດ ພິນິມ ໂປຣ ໄດ້ຮັບ 2 ລາງວັນ MSMEs ດີເດັ່ນ  ປະຈໍາປີ 2026.https://w...
06/03/2026

ຂອບໃຈ! ຫນັງສືພິມ ວຽງຈັນໃຫມ່ ທີ່ໄດ້ອອກຂ່າວກ່ຽວກັບ ບໍລິສັດ ພິນິມ ໂປຣ ໄດ້ຮັບ 2 ລາງວັນ MSMEs ດີເດັ່ນ ປະຈໍາປີ 2026.
https://www.facebook.com/share/p/1BvKFq926W/

ຂອບໃຈເພຈ໌ ຫນັງສືພິມ ເສດຖະກິດການຄ້າ ທີ່ອອກຂ່າວໃຫ້ກັບບໍລິສັດພວກເຮົາໃນໂອກາດໄດ້ຮັບລາງວັນທຸລະກິດດີເດັ່ນ ໃນງານ Lao MSMEs Expo ...
06/03/2026

ຂອບໃຈເພຈ໌ ຫນັງສືພິມ ເສດຖະກິດການຄ້າ ທີ່ອອກຂ່າວໃຫ້ກັບບໍລິສັດພວກເຮົາໃນໂອກາດໄດ້ຮັບລາງວັນທຸລະກິດດີເດັ່ນ ໃນງານ Lao MSMEs Expo 2026.
https://www.facebook.com/Laoedaily/posts/pfbid02R67jcnsdrNX6U2jKJqgTp8FWNEC3L7EBYjd7CV28o1ReR5HrUao7N9C7d2q91q7l?rdid=PTxFbOj8fpu4dcpE #

ບໍລິສັດ ພິນິມ ໂປຣ ຄວ້າ 2 ລາງວັນ MSMEs ດີເດັ່ນ ໃນງານ Lao MSMEs Expo 2026...................
ບໍລິສັດ ພິນິມ ໂປຣ ຈຳກັດ, ຊຶ່ງເປັນບໍລິສັດຈັດງານ ແລະ ການສື່ສານການຕະຫຼາດຊັ້ນນຳຂອງ ສປປ ລາວ ໄດ້ຮັບ 2 ລາງວັນ ຢູ່ພາຍໃນງານວາງສະແດງສິນຄ້າ Lao MSMEs Expo 2026, ຊຶ່ງຈັດໂດຍ ກົມສົ່ງເສີມ SMEs ກະຊວງອຸດສາຫະກໍາ ແລະ ການຄ້າ ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໃນລະຫວ່າງ ວັນທີ 25 ກຸມພາ - 1 ມີນາ 2026;
1). ລາງວັນ "ຫົວໜ່ວຍວິສາຫະກິດ MSME ດີເດັ່ນດ້ານຄວາມຍືນຍົງ (Sustainable MSME Excellence Awards)", ຊຶ່ງໃຫ້ກຽດມອບໂດຍ ທ່ານ ຈັນທະບູນ ສຸກອາລຸນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ 2). ລາງວັນ "ຜູ້ປະກອບການ LAO MSME ດີເດັ່ນ ປະຈໍາປີ 2026", ຊຶ່ງໃຫ້ກຽດມອບໂດຍ ທ່ານ ນາງ ມະນີວອນ ວົງໄຊ, ຫົວໜ້າກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ
ບໍລິສັດ ພິນິມ ໂປຣ ຈຳກັດ ຜູ້ກໍ່ຕັ້ງໂດຍ ທ່ານ ບົວລຽນ ວົງສີສຸພັນ ໃນປີ 2015 ຊຶ່ງໄດ້ສົ່ງມອບຫນ້າວຽກໃຫ້ກັບລູກຄ້າທີ່ສໍາເລັດຢ່າງສົມບູນຫລາຍກວ່າ 370 ໂຄງການ ແລະ ມີລູກຄ້າທີ່ໃຊ້ບໍລິການຂອງບໍລິສັດຫລາຍກວ່າ 70 ຫົວໜ່ວຍທຸລະກິດ.
ໃນນີ້, ລວມທັງ 10 ອົງການສະຫະປະຊາຊາດ ຫລື UN ປະຈໍາ ສປປ ລາວ; ໃຫ້ບໍລິການລູກຄ້າ 17 ກະຊວງຂອງພາກລັດ. ນອກນັ້ນ, ຍັງມີໃຫ້ບໍລິການແກ່ອົງການຈັດຕັ້ງສາກົນຕື່ມອີກ ເປັນຕົ້ນແມ່ນ: ທະນາຄານໂລກ ປະຈໍາລາວ (World Bank); ທະນາຄານ ພັດທະນາອາຊີ ປະຈໍາລາວ (ADB) ແລະ ສະຫະພາບເອີຣົບ ຫຼື (EU) ຕື່ມອີກ. ຄຽງຄູ່ກັນນັ້ນ, ບໍລິສັດ ພິນິມ ໂປຣ ຍັງເປັນພາກທຸລະກິດ SME ຂອງລາວພຽງຜູ້ດຽວທີ່ໄດ້ຮັບຮູ້ຢ່າງກວ້າງຂວາງໃນສະຖານະ Vendor ຢ່າງເປັນທາງການໃຫ້ກັບ 10 ອົງການສາກົນ
ເຫດຜົນຫລັກໆທີ່ໄດ້ຮັບລາງວັນອັນຊົງກຽດ ຈໍານວນ 02 ລາງວັນນີ້:
1). ລາງວັນ: Sustainable MSMEs Excellence Award ແມ່ນນອນຢູ່ໃນຂະແໜງ ສ້າງມູນຄ່າເພື່ອສັງຄົມ ແລະ ເສດຖະກິດ ຈາກ 03 ໂຄງການຫຼັກທີ່ບໍລິສັດ ພິນິມ ໂປຣ ໄດ້ມີສ່ວນຮ່ວມ ແລະ ເປັນຜູ້ຈັດງານ ໄດ້ແກ່:
ງານນັດພົບແຮງງານ (Jobs Fair) ເຊື່ອມຕໍ່ໄວໜຸ່ມກັບໂອກາດການຈ້າງງານຫຼາຍພັນຕຳແໜ່ງ;
ງານສົ່ງເສີມການອ່ານ (Book Festival), ຊຶ່ງຈັດຕັ້ງແຕ່ປີ 2019 ດຶງດູດຜູ້ເຂົ້າຊົມ 100,000 ກວ່າຄົນ ແລະ ຍັງຂະຫຍາຍໄປແຂວງຈໍາປາສັກ ແລະ ຊຽງຂວາງ;
ໂຄງການອາສາສະໝັກໄວໜຸ່ມ (Youth Volunteer Programme), ເປີດໂອກາດໃຫ້ນັກຮຽນ-ນັກສຶກສາ ໄດ້ຮຽນຮູ້ວຽກງານອີເວັ້ນຕົວຈິງ ໂດຍບໍ່ເກັບຄ່າໃຊ້ຈ່າຍ
2). ລາງວັນ LAO MSME OUTSTANDING AWARD 2026 ແມ່ນລາງວັນທີ່ຢັ້ງຢືນຄວາມດີ ເດັ່ນດ້ານວິໄສທັດ, ການເງິນ, ດິຈິຕອລ ແລະ ການພັດທະນາບຸກຄະລາກອນ.
ຄຳຂວັນ ຫລື ສະໂລແກນຂອງບໍລິສັດ ພິນິມ ໂປຣ ຈໍາກັດ ແມ່ນ: "ພວກເຮົາພຽງແຕ່ຈັດງານເທົ່ານັ້ນ, ແຕ່ເນັ້ນສ້າງຜົນປະໂຫຍດແບບຍືນຍົງໃຫ້ລູກຄ້າ, ຊຸມຊົນ ແລະ ປະເທດຊາດ."
ທ່ານສາມາດຕິດຕາມຂໍ້ມູນ-ຂ່າວສານອື່ນໆໄດ້ອີກທີ່ເວັບໄຊ: https://laoedaily.com.la/
ຫຼື ກົດຕິດຕາມຮັບຊົມໄດ້ກ່ອນໃຜທີ່: https://www.youtube.com/
ຕິກຕັອກ: https://www.tiktok.com/
#ຂ່າວເສດຖະກິດການຄ້າ
#ເສດຖະກິດການຄ້າ

02/03/2026

ບັນຍາກາດ ຜອ ຂື້ນຮັບໂລ້ລາງວັນ ຈາກ ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ທ່ານ ຈັນທະບູນ ສຸກອາລຸນ ຕອນແລງຂອງວັນທີ 1 ມີນາ 2026 ທີ່ສຸນການຄ້າ ລາວ-ໄອເຕັກ.

ບໍລິສັດ ພິນິມ ໂປຣ ຈຳກັດ ໄດ້ຮັບກຽດຄວ້າ ລາງວັນຫົວໜ່ວຍວິສາຫະກິດ MSMEs ດີເດັ່ນດ້ານຄວາມຍືນຍົງ (Sustainable MSMEs Excellence A...
02/03/2026

ບໍລິສັດ ພິນິມ ໂປຣ ຈຳກັດ ໄດ້ຮັບກຽດຄວ້າ ລາງວັນຫົວໜ່ວຍວິສາຫະກິດ MSMEs ດີເດັ່ນດ້ານຄວາມຍືນຍົງ (Sustainable MSMEs Excellence Award) ຂະແໜງ ການສ້າງມູນຄ່າເພື່ອສັງຄົມ ແລະ ເສດຖະກິດ (Creating Value for Society and the Economy) ໃນງານ Lao MSMEs Expo 2026 ເມື່ອວັນທີ 1 ມີນາ 2026 ທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫຼວງວຽງຈັນ ຈັດໂດຍ ກະຊວງອຸດສາຫະກໍາ ແລະ ການຄ້າ.
ລາງວັນນີ້ ເປັນການຢັ້ງຢືນເຖິງຄວາມມຸ່ງໝັ້ນຂອງ ພິນິມ ໂປຣ ຕະຫຼອດ 10 ປີ ໃນການສ້າງມູນຄ່າໃຫ້ແກ່ສັງຄົມ ຜ່ານ 3 ໂຄງການສຳຄັນ:
🔹 ງານນັດພົບແຮງງານ (Jobs Fair) ເຊື່ອມຕໍ່ໄວໜຸ່ມກັບໂອກາດການຈ້າງງານຫຼາຍພັນຕຳແໜ່ງ
🔹 ງານສົ່ງເສີມການອ່ານ (Book Festival) — ຈັດຕັ້ງແຕ່ປີ 2019 ດຶງດູດຜູ້ເຂົ້າຊົມ 100,000+ ຄົນ ຂະຫຍາຍໄປຈຳປາສັກ ແລະ ຊຽງຂວາງ
🔹 ໂຄງການອາສາສະໝັກໄວໜຸ່ມ (Youth Volunteer Programme) — ເປີດໂອກາດໃຫ້ນັກຮຽນ-ນັກສຶກສາ ໄດ້ຮຽນຮູ້ວຽກງານອີເວັ້ນຕົວຈິງ ໂດຍບໍ່ເກັບຄ່າໃຊ້ຈ່າຍ

ຂອບໃຈທີມງານ ພິນິມ ໂປຣ ທຸກຄົນ, ລູກຄ້າ ແລະ ຄູ່ຮ່ວມງານທຸກພາກສ່ວນ ທີ່ເປັນແຮງຜັກດັນໃຫ້ພວກເຮົາກ້າວມາຮອດມື້ນີ້. ພວກເຮົາບໍ່ໄດ້ພຽງແຕ່ຈັດງານອີເວັ້ນ — ພວກເຮົາການສ້າງມູນຄ່າເພື່ອສັງຄົມແບບຍືນຍົງເພື່ອປະເທດຊາດ 🇱🇦

#ພິນິມໂປຣ #ລາງວັນMSMEsດີເດັ່ນ

ບໍລິສັດ ພິນິມໂປຣ ຈຳກັດ ມີຄວາມພູມໃຈຢ່າງສູງທີ່ຈະແຈ້ງໃຫ້ຊາບວ່າ ພວກເຮົາໄດ້ຮັບກຽດຄວ້າລາງວັນ LAO MSME OUTSTANDING AWARD 2026 ຢ...
28/02/2026

ບໍລິສັດ ພິນິມໂປຣ ຈຳກັດ ມີຄວາມພູມໃຈຢ່າງສູງທີ່ຈະແຈ້ງໃຫ້ຊາບວ່າ ພວກເຮົາໄດ້ຮັບກຽດຄວ້າລາງວັນ LAO MSME OUTSTANDING AWARD 2026 ຢ່າງເປັນທາງການ ໃນວັນທີ 27 ກຸມພາ 2026 ທີ່ຜ່ານມາ! 🇱🇦
ລາງວັນນີ້ ເປັນສິ່ງຢືນຢັນເຖິງຄວາມມຸ່ງໝັ້ນ ແລະ ຄວາມພະຍາຍາມຂອງທີມງານພິນິມໂປຣ ທຸກຄົນ ທີ່ໄດ້ຮ່ວມກັນສ້າງ ແລະ ພັດທະນາການບໍລິການ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າທົ່ວ 18 ແຂວງໃນທົ່ວປະເທດລາວ.
ບໍລິສັດພວກເຮົາຍຶດໝັ້ນໃນຫຼັກການ "Planner for Planner" ໂດຍເນັ້ນໃສ່ຄຸນຄ່າຫຼັກ 4 ປະການ ຄື: ຄວາມລິເລີ່ມ (Initiative), ຄຸນນະພາບ (Quality), ຄວາມເປັນມືອາຊີບ (Professionalism), ແລະ ຄວາມຊື່ສັດ (Integrity).
ລາງວັນນີ້ ບໍ່ພຽງແຕ່ເປັນຂອງບໍລິສັດ ແຕ່ເປັນຂອງທຸກຄົນທີ່ໄດ້ສະໜັບສະໜຸນ ແລະ ໄວ້ວາງໃຈພວກເຮົາມາຕະຫຼອດ — ລູກຄ້າ, ຄູ່ຮ່ວມງານ, ອົງການຈັດຕັ້ງສາກົນ, ແລະ ທີມງານທຸກຄົນ.
ພວກເຮົາຈະສືບຕໍ່ມຸ່ງໝັ້ນ ພັດທະນາ ແລະ ຍົກລະດັບການບໍລິການ ເພື່ອສະໜັບສະໜຸນ SMEs ລາວ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງປະເທດ!
🙏 ຂອບໃຈທຸກຄົນທີ່ເປັນສ່ວນໜຶ່ງຂອງການເດີນທາງນີ້!
#ພິນິມໂປຣ #ລາງວັນMSMEດີເດັ່ນ

ຂອບໃຈ! ທີ່ມອບຫມາຍໃຫ້ ບໍລິສັດ ພິນິມ ໂປຣ ຈໍາກັດ, ເປັນສ່ວນໜຶ່ງໃນການສໍາຫລວດ-ອອກແບບພາບ 3D, ເພື່ອກະກຽມສູ່ພິທີເປີດນໍາໃຊ້ໂຮງແຮມ ...
27/02/2026

ຂອບໃຈ! ທີ່ມອບຫມາຍໃຫ້ ບໍລິສັດ ພິນິມ ໂປຣ ຈໍາກັດ, ເປັນສ່ວນໜຶ່ງໃນການສໍາຫລວດ-ອອກແບບພາບ 3D, ເພື່ອກະກຽມສູ່ພິທີເປີດນໍາໃຊ້ໂຮງແຮມ ທັນສະໄຫມ ຢູໂຈ້ ຢ່າງເປັນທາງການໃນໄວໆນີ້, ຊຶ່ງສະຖານທີ່ໂຮງແຮມຕັ້ງຢູ່ບ້ານຫນອງວຽງຄຳ, ເມືອງໄຊທານີ, ນະຄອນຫລວງວຽງຈັນ.
---------------------
ທ່ານສາມາດ ຕິດຕາມຜົນງານຂອງບໍລິສັດ Pinim Pro ໄດ້ທີ່:
Facebook: https://www.facebook.com/PinimPro
Website: pinimpro.com
Youtube: https://www.youtube.com/
Email: [email protected]
Tel: +856 20 59 299 666

Address

Thadeua Road, Somsanouk Village, Unit 20, Hadxaifong District, Lao PDR
Vientiane
10100

Alerts

Be the first to know and let us send you an email when Pinim Pro posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Pinim Pro:

Share

Category