Trip Thip ບໍລິການໃຫ້ຄຳປຶກສາການທ່ຽວຕ່າງປະເທດ,ບໍລິການຈອງປີ້ຍົນຕາມລາຄາໜ້າເວັບ,ຈອງທີ່ພັກ,ຈັດແຜນທ່ອງທ່ຽວ,ແລ່ນວີຊ່າ

ອັບເດດໄລຍະເວລາຂໍວີຊ່າຈີນ1-3 ວັນລໍຖ້າຟອມຖືກອະນຸມັດ6 ວັນຫລັງຈາກຟອມອະນຸມັດ ແລະຍື່ນເອກະສານທີ່ສະຖານທູດລວມໆແລ້ວໃຊ້ເວລາ ປະມານ10...
20/07/2025

ອັບເດດໄລຍະເວລາຂໍວີຊ່າຈີນ
1-3 ວັນລໍຖ້າຟອມຖືກອະນຸມັດ
6 ວັນຫລັງຈາກຟອມອະນຸມັດ ແລະຍື່ນເອກະສານທີ່ສະຖານທູດ
ລວມໆແລ້ວໃຊ້ເວລາ ປະມານ10 ວັນ

ສ່ວນທ່ານໃດທີ່ເຄີຍລົງສະໝັກຟອມອອນລາຍແລ້ວ ບໍ່ໄປຍື່ນຫລືບໍ່ກົດຍົກເລີກແມ່ນຈະບໍ່ສາມາດສະໝັກຟອມໃຫມ່ໄດ້

ທ່ານໃດບໍ່ຢາກມາຕໍ່ຄິວຂໍເອງ ບໍ່ຢາກຍຸ້ງຍາກ ສາມາດຕິດຕໍ່ໃຊ້ບໍລິການເຮົາໄດ້
ຕ່າງແຂວງສາມາດຝາກເອກະສານມາທາງຂົນສົ່ງ ທາງລົດ ຫຼືທາງຍົນໄດ້
ລາຄາຍັງເປັນລາຄາເດີມບໍ່ປຽນ

ຕິດຕໍ່ມາສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່
W.A https://wa.me/message/CQT2WADJTF2DF1
Tel +856 2092367588

#ຮັບແລ່ນວີຊ່າ #ວີຊ່ານັກຮຽນ #ວີຊ່າຈີນ #ຮຽນຕໍ່ຈີນ
#ວີຊ່າຍີ່ປຸ່ນ #ວີຊ່າເກົາຫຼີ #ວີຊ່າຮົງກົງ #ວີຊ່າທ່ອງທ່ຽວ #ວີຊ່າອິນເດຍ
#ບໍລິການວີຊ່າ #ພັດສະປອດ #ທ່ອງທ່ຽງຕ່າງປະເທດ #ທ່ຽວຈີນ #ທ່ຽວຫວຽດນາມ #ທ່ຽວໄທ #ຈອງປີ້ລົດໄຟ #ປີ້ຍົນ #ຈອງທີ່ພັກ

ຈີນ ຮົງກົງ ໄຕ້ຫວັນ ມາເກົ້າໃຊ້ວີຊ່າດຽວກັນບໍ່?ຫລາຍທ່ານຍັງສັບສົນແລະບໍ່ຮູ້ວ່າວີຊ່າຈີນໄປໄດ້ແຕ່ຈີນບໍ່ ຫລືໄປໄດ້ທັງຮົງກົງ ໄຕ້ຫວັ...
20/06/2025

ຈີນ ຮົງກົງ ໄຕ້ຫວັນ ມາເກົ້າໃຊ້ວີຊ່າດຽວກັນບໍ່?
ຫລາຍທ່ານຍັງສັບສົນແລະບໍ່ຮູ້ວ່າວີຊ່າຈີນໄປໄດ້ແຕ່ຈີນບໍ່ ຫລືໄປໄດ້ທັງຮົງກົງ ໄຕ້ຫວັນ ມາເກົ້າ.
ຄຳຕອບຄືບໍ່ສາມາດໃຊ້ວີຊ່າດຽວກັນໄດ້ ແຕ່ລະເຂດຕ້ອງໄດ້ຂໍວີຊ່າແຍກຕ່າງຫາກ.
ມື້ນີ້ແອັດເລີຍຊິຊີ້ແຈງວີຊ່າຈີນ,ວີຊ່າສຳລັບເຂດບໍລິຫານພິເສດ ແລະ ເຂດພິເສດປົກຄອງຕົວເອງ.

1. ຈີນ
ວີຊ່າຈີນສຳລັບເຂົ້າຈີນ ມົນທົນຕ່າງໆຂອງຈີນລວມທັງເຂດປົກຄອງຕົວເອງຊິນຈຽງອຸຍກູ
ສາມາດຂໍໄດ້ທີ່ສະຖານທູດຈີນປະຈຳລາວທີ່ນະຄອນຫລວງວຽງຈັນ ແລະ ກົງສູນຈີນປະຈຳຫລວງພະບາງ(ສຳລັບ6 ແຂວງພາກເໜືອ)

2. ຮົງກົງ
ວີຊ່າຮົງກົງ ກັບວີຊ່າຈີນແມ່ນຕ່າງກັນ ຖ້າທ່ານຈະໄປທ່ຽວທັງຈີນແລະຮົງກົງ ຕ້ອງໄດ້ຂໍວີຊ່າທັງ2
ວີຊ່າຮົງກົງສາມາດຂໍໄດ້ທີ່ສະຖານທູດຈີນປະຈຳລາວທີ່ນະຄອນຫລວງວຽງຈັນ ແລະ ກົງສູນຈີນປະຈຳຫລວງພະບາງ(ສຳລັບ6 ແຂວງພາກເໜືອ)

3. ໄຕ້ຫວັນ
ວີຊ່າໄຕ້ຫວັນແຕກຕ່າງຈາກວີຊ່າຮົງກົງແລະວີຊ່າຈີນ.
ສາມາດຂໍໄດ້2ແບບ : 1. ແບບE-visa ສຳລັບຄົນທີ່ມີເງື່ອນໄຂ ຫລື ແບບທີ່2. ຂໍທີ່ກົງສູນໄຕ້ຫວັນປະຈຳຫວຽດນາມ

4. ມາເກົ້າ
ວີຊ່າມາເກົ້າສາມາດຂໍໄດ້ກັບດ່ານມາເກົ້າຢ່າງດຽວ (ຍັງບໍ່ສາມາດຂໍລ່ວງໜ້າໄດ້)

5. ທິເບດ
ໃຊ້ວີຊ່າດຽວກັບວີຊ່າຈີນ ບວກກັບໜັງສືອະນຸຍາດເຂົ້າທິເບດ

6. ມົງໂກເລຍ
ສຳຫລັບສັນຊາດລາວ ແມ່ນສາມາດເຂົ້າມົງໂກເລຍໄດ້ເລີຍໂດຍບໍ່ຕ້ອງຂໍວີຊ່າ

ທ່ານໃດບໍ່ຢາກມາຕໍ່ຄິວຂໍເອງ ສາມາດຕິດຕໍ່ໃຊ້ບໍລິການເຮົາໄດ້
ຕ່າງແຂວງສາມາດຝາກເອກະສານມາທາງຂົນສົ່ງ ທາງລົດ ຫຼືທາງຍົນໄດ້

ຕິດຕໍ່ມາສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່
W.A https://wa.me/message/CQT2WADJTF2DF1
Tel +856 2092367588
#ຮັບແລ່ນວີຊ່າ #ວີຊ່ານັກຮຽນ #ວີຊ່າຈີນ #ຮຽນຕໍ່ຈີນ
#ວີຊ່າຍີ່ປຸ່ນ #ວີຊ່າເກົາຫຼີ #ວີຊ່າຮົງກົງ #ວີຊ່າທ່ອງທ່ຽວ #ວີຊ່າອິນເດຍ
#ບໍລິການວີຊ່າ #ພັດສະປອດ #ທ່ອງທ່ຽງຕ່າງປະເທດ #ທ່ຽວຈີນ #ທ່ຽວຫວຽດນາມ #ທ່ຽວໄທ #ຈອງປີ້ລົດໄຟ #ປີ້ຍົນ #ຈອງທີ່ພັກ

ຂໍວີຊ່າເກົາຫຼີງ່າຍໆ ບໍ່ຕ້ອງໄປສຳພາດ ໂອກາດຜ່ານສູງເອກະສານປະກອບມີພຽງ✅ພັດສະປອດ✅ຮູບ 3.5 X4.5✅ສຳເນົາບັດປະຈຳຕົວ ແລະສຳມະໂນຄົວ✅ສະເ...
16/06/2025

ຂໍວີຊ່າເກົາຫຼີງ່າຍໆ ບໍ່ຕ້ອງໄປສຳພາດ ໂອກາດຜ່ານສູງ
ເອກະສານປະກອບມີພຽງ

✅ພັດສະປອດ
✅ຮູບ 3.5 X4.5
✅ສຳເນົາບັດປະຈຳຕົວ ແລະສຳມະໂນຄົວ
✅ສະເຕດເມັ້ນຢ້ອນຫລັງ 6 ເດືອນ
✅ໃບຢັ້ງຢືນການເປັນພະນັກງານ

ວີຊ່າຢູ່ໄດ້ສູງສຸດ15ວັນ ແລະສາມາດເດີນທາງໄດ້ໃນໄລຍະເວລາ3ເດືອນ

ທ່ານໃດບໍ່ແນ່ໃຈສາມາດຕິດຕໍ່ມາສອບຖາມຂໍ້ມູນເພີ່ມເຕີມໄດ້
W.A https://wa.me/message/CQT2WADJTF2DF1
Tel +856 2092367588
#ຮັບແລ່ນວີຊ່າ #ວີຊ່ານັກຮຽນ #ວີຊ່າຈີນ #ຮຽນຕໍ່ຈີນ
#ວີຊ່າຍີ່ປຸ່ນ #ວີຊ່າເກົາຫຼີ #ວີຊ່າຮົງກົງ #ວີຊ່າທ່ອງທ່ຽວ #ວີຊ່າອິນເດຍ
#ບໍລິການວີຊ່າ #ພັດສະປອດ #ທ່ອງທ່ຽງຕ່າງປະເທດ #ທ່ຽວຈີນ #ທ່ຽວຫວຽດນາມ #ທ່ຽວໄທ #ຈອງປີ້ລົດໄຟ #ປີ້ຍົນ #ຈອງທີ່ພັກ

ເປັນຫຍັງບາງທ່ານຄືຂໍວີຊ່າຈີນບໍ່ຜ່ານ?ຟັງທາງສຳລັບທ່ານໃດທີ່ກຳລັງຈະຂໍວີຊ່າໄປຈີນ ບໍ່ວ່າຊິຂໍໃຫ້ຕົວທ່ານເອງຫລືຂໍໃຫ້ຍາດພີ່ນ້ອງ.ຜ່າ...
15/06/2025

ເປັນຫຍັງບາງທ່ານຄືຂໍວີຊ່າຈີນບໍ່ຜ່ານ?
ຟັງທາງສຳລັບທ່ານໃດທີ່ກຳລັງຈະຂໍວີຊ່າໄປຈີນ ບໍ່ວ່າຊິຂໍໃຫ້ຕົວທ່ານເອງຫລືຂໍໃຫ້ຍາດພີ່ນ້ອງ.
ຜ່ານມາມີບາງທ່ານທີ່ຂໍແລ້ວບໍ່ຜ່ານ ວີຊ່າບໍ່ອອກ ເຊິ່ງສາເຫດຫລັກໆກໍຈະມີປະມານນີ້

1. ຖືກແບນຈາກລັດຖະບານຈີນ
ສາເຫດຫລັກໆຂອງການຖືກແບນອາດຈະມາຈາກທີ່ຜູ້ກ່ຽວເຮັດຜິດກົດລະບຽບຊ່ວງທີ່ອາໄສຢູ່ຈີນເຊັ່ນ: ຢູ່ເກີນກຳໜົດຂອງວີຊ່າ, ແຕ່ງງານຜິດກົດໝາຍ ຫລືໄປອາໄສຢູ່ກັບແຟນໂດຍບໍ່ແຕ່ງງານ ແລະຍັງອີກຫລາຍໆສາເຫດ. ກໍລະນີຖຶກແບນຈະບໍ່ສາມາດຂໍວີຊ່າ ຫລືເຂົ້າຈີນໄດ້ເປັນໄລຍະເວລາ 5ປີຂຶ້ນໄປ ແລ້ວແຕ່ກໍລະນີໜັກຫລືເບົາ

2. ຖືກລະງັບການອອກວີຊ່າຊົ່ວຄາວ
ເຊັ່ນ ເຄີຍໄດ້ວີຊ່າແລ້ວເດີນທາງບໍ່ຜ່ານຕ.ມລາວ ຫລືຖືກຕີກັບຈາກຕ.ມຈີນ. ກໍລະນີນີ້ຜູ້ກ່ຽວຈະຖືກລະງັບ ການອອກວີຊ່າເປັນເວລາ1ປີ ຫລືຫລາຍກ່ວານັ້ນ.

ທັງສອງກໍລະນີນີ້ແມ່ນບໍ່ສາມາດແກ້ໄຂ ຫລືຍົກເລີກໄດ້ ຕໍ່ໃຫ້ຜູ້ກ່ຽວປ່ຽນພັດສະປອດເລ່ມໃຫມ່ກໍຕາມ.

ທ່ານໃດບໍ່ແນ່ໃຈສາມາດຕິດຕໍ່ມາສອບຖາມຂໍ້ມູນເພີ່ມເຕີມໄດ້
W.A https://wa.me/message/CQT2WADJTF2DF1
Tel +856 2092367588

#ຮັບແລ່ນວີຊ່າ #ວີຊ່ານັກຮຽນ #ວີຊ່າຈີນ #ຮຽນຕໍ່ຈີນ
#ວີຊ່າຍີ່ປຸ່ນ #ວີຊ່າເກົາຫຼີ #ວີຊ່າຮົງກົງ #ວີຊ່າທ່ອງທ່ຽວ #ວີຊ່າອິນເດຍ
#ບໍລິການວີຊ່າ #ພັດສະປອດ #ທ່ອງທ່ຽງຕ່າງປະເທດ #ທ່ຽວຈີນ #ທ່ຽວຫວຽດນາມ #ທ່ຽວໄທ #ຈອງປີ້ລົດໄຟ #ປີ້ຍົນ #ຈອງທີ່ພັກ

ວີຊ່າຢູລົບ Schengen Visa ທ່ານໃດມີແຜນຊິເດີນທາງໄປຢູລົບທັກມາສອບຖາມຈອງຄິວໄວ້ໄດ້ເດີ ຕອນນີ້ຄິວນັດສຳພາດຍາວຮອດຕົ້ນເດືອນ7ແລ້ວ.ທ່າ...
28/05/2025

ວີຊ່າຢູລົບ Schengen Visa
ທ່ານໃດມີແຜນຊິເດີນທາງໄປຢູລົບທັກມາສອບຖາມຈອງຄິວໄວ້ໄດ້ເດີ ຕອນນີ້ຄິວນັດສຳພາດຍາວຮອດຕົ້ນເດືອນ7ແລ້ວ.

ທ່ານໃດທີ່ບໍ່ແນ່ໃຈເລື່ອງວີຊ່າຕ່າງໆ ທັກມາສອບຖາມປຶກສາເຮົາໄດ້

ປະເພດວີຊ່າອື່ນໆສາມາດຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່

W.A https://wa.me/message/CQT2WADJTF2DF1
Tel +856 2092367588

#ຮັບແລ່ນວີຊ່າ #ວີຊ່ານັກຮຽນ #ວີຊ່າຈີນ #ຮຽນຕໍ່ຈີນ
#ວີຊ່າຍີ່ປຸ່ນ #ວີຊ່າເກົາຫຼີ #ວີຊ່າຮົງກົງ #ວີຊ່າທ່ອງທ່ຽວ #ວີຊ່າອິນເດຍ #ວີຊ່າຢູລົບ
#ບໍລິການວີຊ່າ #ພັດສະປອດ #ທ່ອງທ່ຽງຕ່າງປະເທດ #ທ່ຽວຈີນ #ທ່ຽວຫວຽດນາມ #ທ່ຽວໄທ #ຈອງປີ້ລົດໄຟ #ປີ້ຍົນ #ຈອງທີ່ພັກ

ຊ້າໝົດອົດໄດ້ໄປເດີ ຟ້າວຈອງມາເດີກ່ອນຊິເຕັມຮັບເພີ່ມອີກ 6ທ່ານ ເດີນທາງເປັນກຸບນ້ອຍເດີນທາງສະດວກສະບາຍພຽງຊົ່ວໂມງປາຍ ບໍ່ເມີ່ອຍຄືນັ...
28/05/2025

ຊ້າໝົດອົດໄດ້ໄປເດີ ຟ້າວຈອງມາເດີກ່ອນຊິເຕັມ
ຮັບເພີ່ມອີກ 6ທ່ານ ເດີນທາງເປັນກຸບນ້ອຍ
ເດີນທາງສະດວກສະບາຍພຽງຊົ່ວໂມງປາຍ ບໍ່ເມີ່ອຍຄືນັ່ງລົດໄຟ(ໝົດມື້)
📌ຄຸນໝິງ - ຕ້າຫຼີ - ລີຈຽງ 5ມື້ 4ຄືນ - ເດີນທາງດ້ວຍເຄື່ອງບິນ
ອອກເດີນທາງຕົ້ນເດືອນ7
----------------------------------------
⭕️ນັ່ງກະເຊົ້າໄຟຟ້າສູ່ຍອດເຂົາ ຫິມະມັງກອນຢົກ
⭕ ຊ໋ອບປິ້ງຂອງພື້ນເມືອງ ເມືອງໂບຮານລີ່ຈຽງ
⭕ ທ່ຽວເມືອງຄູນຫມິງ ຊ໋ອບປິ້ງຖະຫນົນໂບຮານ
⭕ ເຈດີ 3ອົງ - ເມືອງຕ້າລີບູຮານ
⭕ ອຸດທະຍານນ້ຳຍົກ

✅ ຄ່າລົດປີ້ຍົນ ໄປ-ກັບ.
✅ ຄ່າອາຫານທຸກຄາບ.
✅ ຄ່າໂຮງແຮມ.
✅ ຄ່າເຂົ້າຊົມສະຖານທີ່ ແລະ ຍານພາຫະນະຕາມລາຍການ.
✅ ຄ່າພະນັກງານນຳທ່ຽວ
✅ ຄ່າປະກັນໄພໃນລະຫວ່າງການເດີນທາງ

ຂໍ້ມູນເພີ່ມເຕີມ
W.A https://wa.me/message/CQT2WADJTF2DF1
W.A +856 20 9236 7588
Line: Tripthiplaos
[email protected]
ບໍລິການໃຫ້ຄຳປຶກສາການທ່ຽວທັງພາຍໃນ ແລະ ຕ່າງປະເທດ
#ຮັບຈັດທົວໄປຕ່າງປະເທດ
#ບໍລິການແລ່ນວີຊ່າຈີນລາຄາຖືກທີ່ສຸດ
#ໂຕກຽວ #ຍີ່ປຸ່ນ

Airline


#ວີຊ່າຈີນ #ວີຊ່າປະເທດອື່ນໆ #ວີຊ່າດ່ວນ
#ປີ້ຍົນລາຄາສຸດຄຸ້ມ #ທ່ຽວຈີນ #ຄຸນມິງ

ທ່ານໃດມີແຜນໄປທ່ຽວຍີ່ປຸ່ນແລ້ວຍັງບໍ່ທັນມີວີຊ່າ ທັກມາສອບຖາມເຮົາໄດ້ ພ້ອມບໍລິການວີຊ່າພ້ອມລົງທະບຽນເຂົ້າຕ ມຍີ່ປຸ່ນໃຫ້ລ່ວງໜ້າສ່ວ...
11/05/2025

ທ່ານໃດມີແຜນໄປທ່ຽວຍີ່ປຸ່ນແລ້ວຍັງບໍ່ທັນມີວີຊ່າ ທັກມາສອບຖາມເຮົາໄດ້ ພ້ອມບໍລິການວີຊ່າພ້ອມລົງທະບຽນເຂົ້າຕ ມຍີ່ປຸ່ນໃຫ້ລ່ວງໜ້າ

ສ່ວນທ່ານທີ່ມີວີຊ່າແລ້ວ ສາມາດລົງທະບຽນຄິວອາ ເຂົ້າຕ.ມຍີ່ປຸ່ນລ່ວງໜ້າຜ່ານລິ້ງນີ້ໄດ້ເລີຍ
https://www.vjw.digital.go.jp

ສົນໃຈຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່

W.A https://wa.me/message/CQT2WADJTF2DF1
Tel +856 2092367588

#ຮັບແລ່ນວີຊ່າ #ວີຊ່ານັກຮຽນ #ວີຊ່າຈີນ #ຮຽນຕໍ່ຈີນ
#ວີຊ່າຍີ່ປຸ່ນ #ວີຊ່າເກົາຫຼີ #ວີຊ່າຮົງກົງ #ວີຊ່າທ່ອງທ່ຽວ #ວີຊ່າອິນເດຍ
#ບໍລິການວີຊ່າ #ພັດສະປອດ #ທ່ອງທ່ຽງຕ່າງປະເທດ #ທ່ຽວຈີນ #ທ່ຽວຫວຽດນາມ #ທ່ຽວໄທ #ຈອງປີ້ລົດໄຟ #ປີ້ຍົນ #ຈອງທີ່ພັກ

ກຽມຕົວຂໍວີຊ່າແບບໃດໃຫ້ຜ່ານ?ແອດເຊື່ອວ່າຫລາຍໆຄົນເມື່ອຄິດຊິໄປທ່ຽວຕ່າງປະເທດ ໜຶ່ງໃນເລື່ອງວິຕົກກັງວົນຄົງເປັນເລື່ອງວີຊ່າ ຢ້ານວີຊ...
09/05/2025

ກຽມຕົວຂໍວີຊ່າແບບໃດໃຫ້ຜ່ານ?
ແອດເຊື່ອວ່າຫລາຍໆຄົນເມື່ອຄິດຊິໄປທ່ຽວຕ່າງປະເທດ ໜຶ່ງໃນເລື່ອງວິຕົກກັງວົນຄົງເປັນເລື່ອງວີຊ່າ ຢ້ານວີຊ່າບໍ່ຜ່ານ ຢ້ານຖືກປະຕິເສດ.

ມື້ນີ້ແອດເລີຍຊິມາແຊປະສົບການວ່າຄວນກຽມຕົວ ກຽມເອກະສານແບບໃດເພື່ອໂອກາດຂໍວີຊ່າໃຫ້ຜ່ານຫລາຍຂຶ້ນ

1. ພັດສະປອດ
ແນ່ນອນວ່າກ່ອນເດີນທາງກະຕ້ອງມີພັດສະປອດ ທີ່ວັນໝົດອາຍຸຫລາຍກ່ວາ6ເດືອນກ່ອນມື້ເດີນຂຶ້ນໄປ ແລະຍັງເຫລືອໜ້າຫລາຍກ່ວາ4 ຫນ້າ. ແລະອີກໜຶ່ງປັດໃຈສຳຄັນໃນການພິຈາລະນາອອກວີຊ່າຂອງສະຖານທູດກໍ່ຄືປະຫວັດການເດີນທາວໃນພັດສະປອດ. ກໍລະນີທ່ານໃດປ່ຽນເລ່ມໃຫມ່ຄວນພົກເລ່ມເກົ່າໄປນຳ

2. ຂໍ້ມູນຫານເງິນ Bank Statement
ແນ່ນອນວ່າຂໍ້ມູນການເງິນເປັນອີກຫນຶ່ງປັດໃຈຫລັກໃນການພິຈາລະນາອອກວີຊ່າໃຫ້ຂອງບາງປະເທດ. ຍອດເງິນທີ່ເຫຼືອຄວນຢູ່ໃນເກນທີ່ບໍ່ຕ່ຳຈົນເກີນໄປ, ບັນຊີຄວນມີການເຄື່ອນໄຫວສະໝ່ຳສະເໝີ(ຍົກເວັ້ນປະເພດບັນຊີຝາກມີກຳໜົດ) ແລະສົມເຫດສົມຜົນ

3. ເອກະສານທີ່ກ່ຽວກັບອາຊີບ
ຖ້າເປັນພະນັກງານຄວນເປັນໃບຢັ້ງຢືນການເປັນພະນັກງານທີ່ເປັນພາສາອັງກິດ ຖ້າເປັນເຈົ້າຂອງທຸລະກິດກໍ່ຕ້ອງມີທະບຽນທຸລະກິດ

4. ເອກະສານການເດີນທາງຕ່າງໆ
ແລະສຸດທ້າຍສິ່ງທີ່ຂາດບໍ່ໄດ້ກໍ່ຄືເອກະສານການເດີນທາງຕ່າງໆ ເປັນຕົ້ນແມ່ນ ແບບຟອມຂໍວີຊ່າ, ປີ້ຍົນໄປກັບ, ໃບຈອງທີ່ພັກ, ປະກັນການເດີນທາງ, ແບບແຜນທ່ຽວແຕ່ລະວັນແບບລະອຽດ.

ພຽງເທົ່ານີ້ກໍມີໂອກາດຂໍວີຊ່າຜ່ານຫລາຍຂຶ້ນ
ສ່ວນທ່ານໃດຕ້ອງມັກຄວາມສະດວກສະບາຍ ສາມາດທັກມາໃຊ້ບໍລິການເຮົາໄດ້

ທ່ານໃດມີຄຳຖາມສສມາດຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່

W.A https://wa.me/message/CQT2WADJTF2DF1
Tel +856 2092367588

#ຮັບແລ່ນວີຊ່າ #ວີຊ່ານັກຮຽນ #ວີຊ່າຈີນ #ຮຽນຕໍ່ຈີນ
#ວີຊ່າຍີ່ປຸ່ນ #ວີຊ່າເກົາຫຼີ #ວີຊ່າຮົງກົງ #ວີຊ່າທ່ອງທ່ຽວ #ວີຊ່າອິນເດຍ
#ບໍລິການວີຊ່າ #ພັດສະປອດ #ທ່ອງທ່ຽງຕ່າງປະເທດ #ທ່ຽວຈີນ #ທ່ຽວຫວຽດນາມ #ທ່ຽວໄທ #ຈອງປີ້ລົດໄຟ #ປີ້ຍົນ #ຈອງທີ່ພັກ

05/05/2025

ມື້ອື່ນສະຖານທູດຈີນກັບມາເປີດປົກກະຕິລະເດີ
ທ່ານໃດຕ້ອງການຂໍວີຊ່າຈີນທັກມາສອບຖາມໄດ້

01/05/2025

ເປັນແນວໃດນໍ້ແຕ່ລະຄົນທີ່ຂ້າມໄປໄທມື້ນີ້ ສະດວກຢູ່ບໍ່

ແບບຢ່າງໃບ ຕ.ມເຂົ້າຈີນທ່ານໃດໄປຈີນແລ້ວມີບັນຫາຂຽນໃບຕ.ມເຂົ້າເມືອງບໍ່ເປັນ ເຊບຕົວຢ່າງນີ້ໄວ້ເລີຍສ່ວນທ່ານໃດຕ້ອງແລ່ນວີຊ່າຈີນຕິດຕໍ...
29/04/2025

ແບບຢ່າງໃບ ຕ.ມເຂົ້າຈີນ
ທ່ານໃດໄປຈີນແລ້ວມີບັນຫາຂຽນໃບຕ.ມເຂົ້າເມືອງບໍ່ເປັນ ເຊບຕົວຢ່າງນີ້ໄວ້ເລີຍ

ສ່ວນທ່ານໃດຕ້ອງແລ່ນວີຊ່າຈີນຕິດຕໍ່ສອບຖາມມາໄດ້

👉ວີຊ່າທ່ອງທ່ຽວ 1ເດືອນ/1ປີ
👉ວີຊ່ານັກຮຽນ
👉ວີຊ່າຢ້ຽມຢາມ
👉ວີຊ່າແຕ່ງງານ

ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມ
W.A https://wa.me/message/CQT2WADJTF2DF1
Tel +856 2092367588

#ຮັບແລ່ນວີຊ່າ #ວີຊ່ານັກຮຽນ #ວີຊ່າຈີນ #ຮຽນຕໍ່ຈີນ
#ວີຊ່າຍີ່ປຸ່ນ #ວີຊ່າເກົາຫຼີ #ວີຊ່າຮົງກົງ #ວີຊ່າທ່ອງທ່ຽວ #ວີຊ່າອິນເດຍ
#ບໍລິການວີຊ່າ #ພັດສະປອດ #ທ່ອງທ່ຽງຕ່າງປະເທດ #ທ່ຽວຈີນ #ທ່ຽວຫວຽດນາມ #ທ່ຽວໄທ #ຈອງປີ້ລົດໄຟ #ປີ້ຍົນ #ຈອງທີ່ພັກ

ວິທີຂຽນຟອມ ຕມ ເຂົ້າໄທອອນລາຍ.ກົດເຊບໄວ້ເລີຍສຳຫລັບທ່ານໃດທີ່ຈະເດີນທາງເຂົ້າໄທ.ຈາກແຈ້ງການຂອງລາດຊະການໄທລ່າສຸດ ນັບຕັ້ງແຕ່ວັນທີ່1...
26/04/2025

ວິທີຂຽນຟອມ ຕມ ເຂົ້າໄທອອນລາຍ.
ກົດເຊບໄວ້ເລີຍສຳຫລັບທ່ານໃດທີ່ຈະເດີນທາງເຂົ້າໄທ.
ຈາກແຈ້ງການຂອງລາດຊະການໄທລ່າສຸດ ນັບຕັ້ງແຕ່ວັນທີ່1/05/2025 ເປັນຕົ້ນໄປ ນັກທ່ອງທ່ຽວທີ່ປະສົງຈະເດີນທາງເຂົ້າໄທ ຕ້ອງໄດ້ຂຽນແບບຟອມ ຕ.ມ ແບບອອນລາຍແທນການຂຽນແບບກະດາດ.
ທ່ານໃດທີ່ບໍ່ຮູ້ວິທີຂຽນ ຕາມມາເລີຍເຮົາຊິແນະນຳທຸກຂັ້ນຕອນລະອຽດ ງ່າຍໆຜ່ານມືຖື

ຂັ້ນຕອນຄ່າວໆ
1. ປ່ຽນ web browser ໃຫ້ເປັນແບບ desktop mode ເພື່ອສະດວກຕໍ່ການຂຽນ( ທ່ານໃດທີ່ຖະໜັດໃຊ້ແບບເກົ່າ ສາມາດຂ້າມຂັ້ນຕອນນີ້ໄປໄດ້ເລີຍ
2. ໄປເວັບໄຊ້ www.tdac.immigration.go.th
3. ໃສ່ຂໍ້ມູນສ່ວນຕົວ
4. ໃສ່ຂໍ້ມູນ ລາຍລະອຽດການເດີນທາງ
5. ດາວໂຫລດແບບຟອມ ແລ້ວປີ້ນຕິດຕົວຕອນເດີນທາງ

ສ່ວນລາຍລະອຽດຂັ້ນຕອນຕ່າງໆ ທ່ານສາມາດກົດເບິ່ງຕາມຮູບ ແລະຄຳອະທິບາຍກ້ອງຮູບພາບ

*ຂໍ້ຄວນຮູ້
1. ແບບຟອມສາມາດຂຽນລ່ວງຫນ້າໄດ້ນານສຸດພຽງ3ມື້ກ່ອນໜ້າເດີນທາງ
2. ລະບົບບໍ່ໄດ້ມີການບັນທຶກຂັ້ນຕອນຕ່າງໆໄວ້ ສະນັ້ນພະຍາຍາມຂຽນຟອມໃຫ້ແລ້ວທຸກຂັ້ນຕອນບາດດຽວ (ບໍ່ຊັ້ນຊິໄດ້ຂຽນໃຫມ່ຕັ້ງແຕ່ເລີ່ມຕົ້ນ)

ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມ
W.A https://wa.me/message/CQT2WADJTF2DF1
Tel +856 2092367588

#ຮັບແລ່ນວີຊ່າ #ວີຊ່ານັກຮຽນ #ວີຊ່າຈີນ #ຮຽນຕໍ່ຈີນ
#ວີຊ່າຍີ່ປຸ່ນ #ວີຊ່າເກົາຫຼີ #ວີຊ່າຮົງກົງ #ວີຊ່າທ່ອງທ່ຽວ #ວີຊ່າອິນເດຍ
#ບໍລິການວີຊ່າ #ພັດສະປອດ #ທ່ອງທ່ຽງຕ່າງປະເທດ #ທ່ຽວຈີນ #ທ່ຽວຫວຽດນາມ #ທ່ຽວໄທ #ຈອງປີ້ລົດໄຟ #ປີ້ຍົນ #ຈອງທີ່ພັກ

Address

Vientiane
01000

Telephone

+66654774436

Website

Alerts

Be the first to know and let us send you an email when Trip Thip posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Trip Thip:

Share

Category