28/03/2023
📣ປະກາດຮັບສະໝັກພະນັກງານ ພະແນກການຄ້າ-ການຕະຫຼາດ ຈຳນວນ 09 ຕໍາແໜ່ງ !
1. ຂະແໜງຂາຍປີ້ - ຈອງບ່ອນ ຈຳນວນ 04 ຕຳແໜ່ງ
2. ຂະແໜງ ວາງແຜນ ແລະ ບໍລິຫານເຄືອຂ່າຍ ຈຳນວນ 01 ຕຳແໜ່ງ
3. ຂະແໜງ ການຕະຫຼາດ, ສົ່ງເສີມການຂາຍ ແລະ ບໍລິຫານຕົວແທນ ຈຳນວນ 03 ຕຳແໜ່ງ
4. ຂະແໜງກຳນົດລາຄາ ແລະ ສ້າງລາຍຮັບ ຈຳນວນ 01 ຕຳແໜ່ງ
🔵ເງື່ອນໄຂ:
1. ສັນຊາດລາວ (ຍິງ/ຊາຍ), ສະຖານະພາບ ໂສດ ອາຍຸລະຫວ່າງ 21-30 ປີ
2. ມີບຸກຄະລິກຄະພາບ ແລະ ຮຸບຮ່າງໜ້າຕາສອດຄ່ອງກັບວຽກບໍລິການ
3. ມີສຸຂະພາບແຂງແຮງດີ, ບໍ່ມີພະຍາດຕິດແປດ
4. ມີມະນຸດສຳພັນດີ ແລະ ຮັກໃນວຽກບໍລິການ
ມາດຖານ:
1. ຈົບປະລິນຍາຕີຂຶ້ນໄປ ໃນຂະແໜງວິຊາການທ່ອງທ່ຽວ ແລະ ການບໍລິຫານໂຮງແຮມ, ການຄ້າລະຫວ່າງປະເທດ, ການເງິນສາກົນ, ເສດຖະສາດ, ບໍລິຫານທຸລະກິດ ແລະ ທຸລະກິີດການບິນ ຫຼື ສາຂາວິຊາອື່ນໆທີ່ກ່ຽວຂ້ອງ
2. ສາມາດສື່ສານພາສາອັງກິດໃນລະດັບດີ (ເວົ້າ, ຂຽນ, ອ່ານ, ຟັງ ໄດ້ຢ່າງຄ່ອງແຄ້ວ)
3. ສາມາດໃຊ້ຄອມພິວເຕີໃນລະດັບດີຂຶ້ນໄປ
4. ກະຕືລືລົ້ນ, ຊື່ສັດ, ອົດທົນ, ສາມາດເຮັດວຽກເປັນທີມ ແລະ ເຮັດວຽກພາຍໃຕ້ຄວາມກົດດັນໄດ້
5. ມີຄວາມຮັບຜິດຊອບສູງ, ລະບຽບວິໄນສູງ ແລະ ມີຄວາມສາມັກຄີກັບເພື່ອນຮ່ວມງານໄດ້ດີ
6. ມີປະຫວັດຈະແຈ້ງ,ບໍ່ພົວພັນກັບຢາເສບຕິດ ແລະ ບໍ່ຖຶກສານຕັດສິນຄະດີມາກ່ອນ
7. ຖ້າມີປະສົບການທາງດ້ານວຽກຄົ້ນຄວ້າ, ວິເຄາະຕົ້ນທຶນການຜະລິດ ແລະ ວິໄຈທາງການຕະຫຼາດແມ່ນຈະພິຈາລະນາຕາມຄວາມເໝາະສົມ
🔵ການຄັດເລືອກ ແມ່ນມີການສອບເສັງ ແລະ ສຳພາດ ທາງດ້ານຄວາມຮູ້ທົ່ວໄປໃນຂະແໜງການທີ່ກ່ຽວຂ້ອງ.
🔵ສະຖານທີ່ເຮັດວຽກ ແມ່ນຫ້ອງການລັດວິສາຫະກິດ ການບິນລາວ ແຊຽງຍືນ ແລະ ສະໜາມບິນວັດໄຕ
📃ເອກກະສານປະກອບໃນການສະໝັກ:
1. ໃບສະເໜີຂໍເຂົ້າເຮັດວຽກ (ພົວພັນເອົານຳ ພະແນກຈັດຕັ້ງ ແລະ ພະນັກງານ ຫຼື ດາວໂຫຼດອອນລາຍ) 01 ສະບັບ
2. ຊີວະປະຫວັດຫຍໍ້ທົ່ວໄປເປັນພາສາລາວ 01 ສະບັບ (ດາວໂຫຼດອອນລາຍ)
3. ໃບປະກາດສະນີຍະບັດການສຶກສາ ແລະ ວິຊາຊີບ ແລະ ໃບຜ່ານງານ(ຖ້າມີ) 01 ສະບັບ
4. ໃບຢັ້ງຢືນທີ່ຢູ່ພ້ອມຕິດຮູບຂະໜາດ 3x4 ບໍ່ເກີນ 01 ເດືອນ 01 ສະບັບ
5. ໃບແຈ້ງໂທດ 01 ສະບັບ
6. ໃບຢັ້ງຢືນການກວດສຸຂະພາບ ບໍ່ເກີນ 03 ເດືອນ (ສະບັບແທ້) 01 ສະບັບ
7. ໃບຢັ້ງຢືນການຮັບປະກັນຈາກຜູ້ປົກຄອງ ຫຼື ຄອບຄົວ (ສະບັບແທ້) 01 ສະບັບ
8. ສຳເນົາບັດປະຈຳຕົວ ຫຼື ສຳມະໂນຄົວ.
➡️ສາມາດພົວພັນເອົາແບບຟອມສະໝັກໄດ້ທີ່ ລັດວິສາຫະກິດ ການບິນລາວ, ສຳນັກງານໃຫຍ່ສະໝາມບິນວັດໄຕ, ພະແນກຈັດຕັ້ງ ແລະ ພະນັກງານ ໃນວັນລັດຖະການ ຈັນ - ສຸກ, ຕອນເຊົ້າ 08:30 – 11:30, ຕອນບ່າຍ 13:30 – 16:30 ຫຼື ໂທສອບຖາມໄດ້ທີ່ເບີ: 021 513150, 020 22018863, 020 55799577, 020 22216547 ຫຼື ສາມາດດາວໂຫຼດແບບຟອມສະໝັກໄດ້ໂດຍສະແກນ QR ໃນພາບ
➡️ເປີດຮັບແບບຟອມເລີ່ມແຕ່ວັນທີ 27 ມີນາ - 07 ເມສາ 2023.
#ການບິນລາວ #ສະໝັກວຽກ