
29/07/2025
🩵 ເປີດຮັບສະໝັກ ແຂ່ງຄອສເພຣ BIOME BUDDY COSPLAY CONTEST 🩵
ມາໂຊວ໌ຄວາມຈຶ້ງ ແຈກຄວາມສົດໃສ ຊິງລາງວັນຫລາຍກວ່າ 15,000,000ກີບ 🌊
📍 ເງື່ອນໄຂການສະໝັກ:
1. ສະມາຊິກ 1ຄົນຂື້ນໄປ. ຈະມາເປັນທີມ ຫຼື ສາຍດ່ຽວກໍໄດ້
2. ພວກເຮົາສະໜັບສະໜຸນທຸກເພດ
3. ບໍ່ຈຳກັດອາຍຸ
4. ຄອສເພຣເປັນໂຕລະຄອນທີ່ທ່ານມັກ ແບບບໍ່ຈຳກັດ
📌 ເປີດຮັບສະໝັກຜ່ານແບບຟອມ Online:
1. ຕື່ມຂໍ້ມູນສະໝັກ ອອນລາຍ, ຕັ້ງແຕ່ມື້ນີ້ຈົນເຖິງ 25 ສິງຫາ 2025 ທີ່ລິ້ງ:
https://forms.gle/m9ExBEAPWm78Pqs99
ປະກາດຜົນຮອບຄັດເລືອກ ວັນທີ 29 ສິງຫາ 2025 ທີ່ FB PAGE: POND’S
📌 ກະຕິກາ ແລະ ການແຂ່ງຂັນ
1. ຜູ້ເຂົ້າແຂ່ງຂັນທີ່ຜ່ານເຂົ້າຮອບຮອບຄັດເລືອກ (Audition) ຕ້ອງສາມາດເຂົ້າແຂ່ງຂັນຮອບຊິງຊະນະເລີດ (Final round) ໃນວັນທີ 07 ກັນຍາ 2025 ທີ່ ຫ້າງສັບພະສິນຄ້າ ພາກຊັນ
2. ຜູ້ເຂົ້າແຂ່ງຂັນຕ້ອງກຽມ ຊຸດ, ເພງ, ແລະ ອຸປະກອນປະກອບການສະແດງມາເອງ.
3. ຜູ້ເຂົ້າແຂ່ງຂັນມີເວລາໃນການສະແດງ ຈຳກັດບໍ່ເກີນ 3ນາທີ.
4. ທີມເຂົ້າແຂ່ງຂັນຕ້ອງສາມາດມາຊ້ອມເວທີ ໃນວັນທີ 5 ກັນຍາ2025 ທີ່ ຫ້າງສັບພະສິນຄ້າ ພາກຊັນ.
5. ເກນການຕັດສິນຈາກ ຊຸດ ແລະ ອຸປະກອນ, ການສະແດງຄວາມຮູ້ສຶກ ແລະ ອາລົມ, ຄວາມຄິດສ້າງສັນ, ພາບລວມຂອງການສະແດງ ແລະ ເພງ.
6. ຜົນການຕັດສິນຂອງຄະນະກຳມະການ ຖືເປັນເປັນທີ່ສິ້ນສຸດ.
🏆 ລາງວັນຊະນະເລີດ
ລາງວັນຊະນະເລີດ ອັນດັບທີ1: ໄດ້ຮັບເງິນລາງວັນ 5,000,000ກີບ
ລາງວັນຊະນະເລີດ ອັນດັບທີ2: ໄດ້ຮັບເງິນລາງວັນ 3,000,000ກີບ
ລາງວັນຊະນະເລີດ ອັນດັບທີ3: ໄດ້ຮັບເງິນລາງວັນ 2,000,000ກີບ
ແຕ່ລະລາງວັນຈະໄດ້ຮັບ Gift set ພ້ອມນ້ອງໄບໂອມບັດດີ້ ສຸດໜ້າຮັກ ລວມມູນຄ່າຫຼາຍກວ່າ 5,000,000ກີບ
ສອບຖາມຂໍ້ມູນເພິ່ມເຕີມໄດ້ທີ່ page Pond’s ໄດ້ເລີຍ
#ໄບໂອມບັດດີ້