01/04/2026
ປັບຂຶ້ນ! ລາຄາປີ້ລົດໄຟລາວ- ຈີນ “ນະຄອນຫລວງວຽງຈັນ-ຫລວງພະບາງ”
ອີງຕາມລາຄາປີ້ລົດໄຟ ລາວ-ຈີນ ຢູ່ໃນແອັບພີເຄຊັ່ນ LCR Ticket ວັນທີ 1 ເມສາ 2026 ນີ້, ລາຄາປີ້ລົດໄຟ ຈາກ ນະຄອນຫລວງວຽງຈັນ ຫາ ແຂວງຫລວງພະບາງ ມີການແຈ້ງລາຄາດັ່ງນີ້:
ລາຄາເກົ່າ ລົດໄຟຄວາມໄວສູງ (ຜູ້ໃຫຍ່) ວັນທີ ວັນທີ 11 ກຸມພາ 2026
- ບ່ອນນັ່ງຊັ້ນທຸລະກິດ ລາຄາ 975,000 ກີບ/ປີ້
- ບ່ອນນັ່ງຊັ້ນໜຶ່ງ ລາຄາ 522,000 ກີບ/ປີ້
- ບ່ອນນັ່ງຊັ້ນສອງ ລາຄາ 330,000 ກີບ/ປີ້
ລາຄາໃໝ່ ລົດໄຟຄວາມໄວສູງ (ຜູ້ໃຫຍ່) ວັນທີ 1 ເມສາ 2026
- ບ່ອນນັ່ງຊັ້ນທຸລະກິດ ລາຄາ 1,063,000 ກີບ/ປີ້ ເພີ່ມຂຶ້ນ + 88,000 ກີບ
- ບ່ອນນັ່ງຊັ້ນໜຶ່ງ ລາຄາ 569,000 ກີບ/ປີ້ ເພີ່ມຂຶ້ນ + 47,000 ກີບ
- ບ່ອນນັ່ງຊັ້ນສອງ ລາຄາ 360,000 ກີບ/ປີ້ ເພີ່ມຂຶ້ນ + 30,000 ກີບ
ສ່ວນລາຄາຈາກສະຖານີ ອື່ນໆ ກໍຄາດວ່າຈະມີການປັບຂຶ້ນຄືກັນ.